ສຸນ CDC ແນະນໍາ ເກ, ໄບ ທີ່ມີຄູ່ຮ່ວມນອນຫຼາຍຄົນ ເພື່ອກວດຫາເຊື້ອ ເອຊໄອວີ ແລະ ພະຍາດຕິດຕໍ່ທາງເພດສໍາພັນອື່ນໆທຸກໆ 6 ເດືອນ. ອີງຕາມຕົວເລກ ຂອງຄູ່ນອນ ຂອງ ທ່ານ ແລະ ວິທີຂອງການມີເພດສໍາພັນທີ່ມີຄວາມສ່ຽງ. ທ່ານອາດຈະຕ້ອງໄດ້ຮັບການກວດຫາເຊື້ອ ທຸກໆ 3 ເດືອນ.
ໃນການທີ່ຈະໄດ້ຮັບການກວດ ຢ່າງຄົບຖ້ວນ, ທ່ານຕ້ອງໄດ້ກວດທຸກໆພາກສ່ວນທີ່ທ່ານມີເພດສໍາພັນ. ຖ້າຫານວ່າທ່ານມີເພດສໍາພັນທາງປາກ, ທ່ານກໍ່ຄວນບອກໝໍໃຫ້ກວດເບິ່ງຊ່ອງປາກ. ຖ້າທ່ານມີເພດສໍາພັນທາງຮູທະວານ, ທ່ານກໍ່ຕ້ອງກວດຮູທະວານ. ຖ້າທ່ານມີເພດສໍາພັນທາງອະໄວຍະວະສືບພັນ ກໍຕ້ອງກວດນໍ້າຍ່ຽວ ເປັນຕົ້ນ.
ເຂົ້າເບິ່ງ ວີດີໂອສັ້ນ ເພີ່ມເຕີມ ຈາກ Greater Than AIDS.