ການຖືພາ ສາມາດຖືຫຼີກລ່ຽງ ໃນຫຼາຍວິທີ ລວມເຖິງການໃຊ້ຖົງຢາງອະນາໄມ,ການກິນຢາ,ແລະ ການໃຊ້ວິທີຄຸມກໍາເນີດ. ໃນກຸ່ມຄົນຂ້າມເພດບາງຄົນ,ການຄິດກ່ຽວກັບການຖືພາ ສາມາດເຮັດໃຫ້ນຶກເຖິງຮູບຮ່າງ ທີ່ອາດບໍ່ສົມສ່ວນ ແລະ ບໍ່ສະດວກສະບາຍ,ແຕ່ມັນມີຄວາມສໍາຄັນທີ່ຕ້ອງຮັບຮູ້ເຖິງ ທາງເລືອກທີ່ມີໃຫ້ທ່ານ ຖ້າມີຄວາມເປັນໄປໄດ້ວ່າທ່ານຈະຖືພາ.
ການກວດການຖືພາ,ການກວດການຖືພາກັບຄູ່ ຂອງທ່ານ ຫຼື ເລີ່ມການຄຸມກໍາເນີດ ແມ່ນມີຄວາມຫຍຸ້ງຍາກ ໃນຫຼາຍໆເຫດຜົນ.ແຕ່ການເຮັດແບບນັ້ນຈະຊ່ວຍໃຫ້ທ່ານສາມາດຄວາບຄຸມສຸຂະພາບທາງເພດ ຂອງ ທ່ານ.
ຖ້າຫາກທ່ານກໍາລັງໃຊ້ ຮໍໂມນ, ບໍ່ວ່າຈະເປັນ ຮໍໂມນເພດຊາຍ ຫຼື ຮໍໂມນເພດຍິງ ເພື່ອການຄຸມກໍາເນີດ ແມ່ນຈະບໍ່ມີປະສິດທິພາບ.ຖ້າທ່ານມີຄວາມກັງວົນວ່າ ການຄຸມກໍາເນີດ ຈະເປັນອຸູປະສັກຕໍ່ການໃຊ້ຮໍໂມນ ຂອງ ທ່ານໃນປັດຈະບັນ, ເຂົ້າເບິ່ງ ລາຍຊື່ໃນ Planned Parenthood's ເຊິ່ງລວມທາງເລືອກຮໍໂມນຟຣີ. ຫາກມີຂໍ້ສົງໄສ, ໃຫ້ລົມກັບໝໍ ຜູ້ທີ່ສາມາດແນະນໍາທ່ານກ່ຽວກັບທາງເລືອກ ທີ່ເໝາະສົມກັບທ່ານ.
ສໍາລັບ ເຄັດລັບອື່ນໆ ກ່ຽວກັບການປະຕິບັດ ການຮ່ວມເພດທີ່ປອດໄພ, ກະລຸນາເຂົ້າເບິ່ງທີ່ Safer Sex for Trans Bodies (ເປັນພາສາ ອັງກິດ ແລະ ພາສາ ສະເປນ)