ຄໍາຕອບ ແມ່ນ ຂ້ອນຂ້າງສັບສົນ. ສໍາລັບບາງຄົນ, ມັນອາດຈະບໍ່ປອດໄພ ທີ່ຈະເປີດເຜີຍສະຖານະທາງເພດ ຂອງ ຕົນ ຕໍ່ກັບໝໍປະຈໍາຕົວ ໂດຍສະເພາ ບັນດາປະເທດ ທີ່ ຄົນທີ່ຮັກເພດດຽວກັນ ເປັນເລື່ອງທີ່ຜິດກົດໝາຍ ຫຼື ຄວາມລັບລະຫວ່າງ ໝໍ ກັບ ຄົນໄຂ້ ບໍ່ໄດ້ຖືກຮັບປະກັນໂດຍກົດໝາຍ.
ເຖິງແນວໃດກໍດີ, ຖ້າທ່ານສາມາດ ເຊື່ອໃຈ ໝໍປະຈໍາຕົວຂອງທ່ານ, ພວກເຂົາຈະສາມາດດູແລ ແລະ ໃຫ້ຄໍາແນະນໍາ ແກ່ ທ່ານໄດ້ດີກວ່າຖ້າທ່ານບອກສະຖານະທາງເພດ ຂອງທ່ານ.
ໃຫ້ຈື່ໄວ້ວ່າ ທ່ານອາດຈະໄດ້ພົບກັບສະຖານະການທີ່ຕ້ອງອັບອາຍໃນເວລາທີ່ໄປພົບໝໍ. ຖ້າພວກເຂົາພະຍາຍາມ ທີ່ຈະຖາມເລື່ອງ ລົດນິຍົມທາງເພດ ຂອງທ່ານ ແລະ ຄິດວ່າມັນເປັນເລື່ອງທີ່ຜິດ,ທ່ານຄວນທີ່ຈະບອກພວກເຂົາຢ່າງສຸພາບວ່າ ທ່ານຕ້ອງການຈະລົມເລື່ອງການຮັກສາຢ່າງດຽວເທົ່ານັ້ນ.
ເຂົ້າເບິ່ງ ວີດີໂອສັ້ນ ເພີ່ມເຕີມ ຈາກ Greater Than AIDS.